ພາກວິຊາເຕັກໂນໂລຊີກົນຈັກ - TVETS ODX

ຂະບວນການແຂ່ງຂັນກິລາບານເຕະ ຊິງຂັນຜູ້ອຳນວຍການວິທະຍາໄລ

 


I.      ຄວາມໝາຍຂອງການຈອດໂລຫະ

ເປັນການຢຶດ ຫຼື ຈອດເຊື່ອມປະສານວັດສະດຸ 2 ຊະນິດ ຫຼື ຫຼາຍກວ່ານັ້ນໃຫ້ເປັນຕ່ອນງານດຽວກັນ ໂດຍເອີ້ນຂະບວນການນີ້ວ່າ: WELDING PROCESSES.

ການຈອດໂລຫະເປັນການເຮັດໃຫ້ໂລຫະຫຼອມລະລາຍເຂົ້າກັນ ໂດຍໃຊ້ຄວາມຮ້ອນ, ການຈອດມີຫຼາຍວິທີ ເຊິ່ງແຕກຕ່າງກັນຢູ່ບ່ອນວ່າ ການເກີດຄວາມຮ້ອນ ແລະ ວິທີການໃຫ້ຄວາມຮ້ອນແກ່ຕ່ອນງານ. ໂລຫະຫຼາຍຊະນິດສາມາດຈອດຕິດກັນໄດ້ ໂດຍໃຊ້ຄວາມຮ້ອນພຽງຢ່າງດຽວ ເອີ້ນວ່າ: ການຈອດແບບຫຼອມລະລາຍໂດຍບໍ່ຈຳເປັນຕ້ອງເຕີມວັດສະດຸເຊື່ອມປະສານ ຫຼື ທຸບຈອດກໍ່ໄດ້.

II.          ປະຫວັດຄວາມເປັນມາຂອງການຈອດໂລຫະ

ການຈອດເປັນຂະບວນການທີ່ໃຊ້ສຳລັບຕໍ່ວັດສະດຸ ສ່ວນໃຫຍ່ເປັນໂລຫະ ແລະ ພລາສຕິກ ໂດຍການເຮັດໃຫ້ຕ່ອນງານຮ່ວມຕົວນຳກັນ, ປົກກະຕິຈະໃຊ້ວິທີເຮັດໃຫ້ຕ່ອນງານຫຼອມລະລາຍ ຫຼື ການເພີ່ມເນື້ອໂລຫະເຕີມລົງໄປໃນບໍຫຼອມລະລາຍຂອງວັດສະດຸທີ່ຫຼອມແຫຼວ ເມື່ອເຢັນຕົວລົງ ຮອຍຕໍ່ຈະມີຄວາມແຂງແຮງ, ບາງຄັ້ງໃຊ້ແຮງດັນຮ່ວມກັບຄວາມຮ້ອນ ຫຼື ຄວາມຮ້ອນພຽງຢ່າງດຽວເພື່ອໃຫ້ເກີດຮອຍຈອດ ເຊິ່ງກົງກັນຂ້າມກັບການບັດກີອ່ອນ ແລະ ການບັດກີແຂງ ເຊິ່ງບໍ່ມີການຫຼອມລະລາຍຂອງຕ່ອນງານ ມີແຫຼ່ງພະລັງງານຫຼາຍຢ່າງສຳລັບນຳມາໃຊ້ໃນການຈອດເຊັ່ນ: ການໃຊ້ຄວາມຮ້ອນຈາກແປວແກ໊ສ, ການອາຣ໌ກ (ARC WELDING) ໂດຍໃຊ້ກະແສໄຟຟ້າ, ລຳແສງເລເຊີ້, ການໃຊ້ອີເລັກໂຕລອນບີມ, ການສຽດສີ ແລະ ການໃຊ້ຄື້ນສຽງ ເປັນຕົ້ນ.

ໃນຍຸກສະໄໝເລີ່ມຕົ້ນ ຈົນເຖິງສະຕະວັດທີ XIX ຄົນເຮົາຮູ້ຈັກ ແລະ ມີການໃຊ້ງານສະເພາະການຈອດແບບທູບ (Forge Welding) ເພື່ອໃຊ້ໃນການຈອດຕໍ່ໂລຫະເຊັ່ນ: ຕີເຮັດມີດ, ດາບ, ງ້າວ...ໂດຍໃຊ້ວິທີການຕີເຫຼັກທີ່ຮ້ອນໃຫ້ຈອດຕິດກັນ ການຈອດແບບນີ້ ຕ່ອນງານຈອດທີ່ໄດ້ຮັບແມ່ນມີຄວາມແຂງແຮງສູງ ແລະ ໂຄງສ້າງຂອງເຫຼັກທີ່ໄດ້ມີຄຸນນະພາບຢູ່ໃນລະດັບສູງ ແຕ່ການຈອດແບບດັ່ງກ່າວນັ້ນແມ່ນມີຄວາມຊັກຊ້າ ເມື່ອນຳມາໃຊ້ໃນງານລັກສະນະທາງອຸດສາຫະກຳ.

III.         ຂໍ້ດີຂອງການຈອດໂລຫະ

·        ເປັນຂະບວນການທີ່ມີຄວາມສຳຄັນທາງດ້ານເຕັກໂນໂລຊີ ແລະ ດ້ານການຄ້າ

·        ເປັນການເຮັດໃຫ້ວັດສະດຸຍຶດຕິດກັນເປັນອັນດຽວຢ່າງຖາວອນ

·        ຮອຍຈອດມີຄວາມແຂງແຮງຫຼາຍກວ່າວັດສະດຸທີ່ນຳມາຈອດ

·        ເປັນທາງເລືອກໜຶ່ງໃນການຕໍ່ຕ່ອນງານເຂົ້າກັນທີ່ມີຕົ້ນທືນຕໍ່າ

·        ການຈອດບໍ່ໄດ້ຈຳກັດຢູ່ພາຍໃນສະຖານທີ່ເທົ່ານັ້ນ ແຕ່ມັນສາມາດເຮັດໃນພາກສະໜາມໄດ້ເຊັ່ນດຽວກັນ






Post a Comment

Previous Post Next Post